Tuesday, November 13, 2018

ເຈົ້າເກັ່ງກວ່າທີ່ເຈົ້າຄິດ


ເປັນຫຍັງຄົນຫລາຍໆຄົນຈິ່ງບໍ່ສາມາດພັດທະນາຕົນເອງໃຫ້ກ້າວໄປຂ້າງໜ້າໄດ້ ?
ຍ້ອນພວກເຂົາໃຊ້ເວລາສ່ວນໃຫຍ່ໄປກັບການບອກຜູ້ອື່ນໃນຂໍ້ບົກຜ່ອງຂອງເຂົາ  ແລະ ບໍ່ເຄີຍໃຊ້ເວລາໄປຄົ້ນຫາຈຸດດີຂອງຕົນອອກມາໃຊ້ເລີຍ.

ເຈົ້າບອກວ່າເຈົ້າບໍ່ເກັ່ງ, ເຈົ້າບອກວ່າເຈົ້າບໍ່ມີເງິນ, ເຈົ້າບອກວ່າເຈົ້າບໍ່ພ້ອມ, ເຈົ້າບອກວ່າເຈົ້າມີບົກຜ່ອງຫລາຍໆຢ່າງ ແລະ ນາໆຂໍ້ອ້າງ

ຄວາມຈິງ, ເຈົ້າເກັ່ງກວ່າທີ່ເຈົ້າຄິດ, ເຈົ້າສາມາດເຮັດໄດ້ຫລາຍຢ່າງກວ່າທີ່ເຈົ້າຮູ້

ເຈົ້າເບິ່ງວີດີໂອນີ້,



ບໍ່ມີຕີນ,​ບໍ່ມີມື...ກໍຍັງປະສົບຜົນສໍາເລັດໄດ້, ລາວຄື Nick Vujicic ນັກເວົ້າສ້າງແຮງບັນດານໃຈຊາວອົດສເຕຣເລຍທີ່ມີຊື່ງສຽງໄປທົ່ວໂລກ


ເຈົ້າຮູ້ບໍ...
ຈິດສໍາພັດທັງໝົດຂອງຄົນເຮົາທີ່ຮັບຮູ້ຕໍ່ໂລກພາຍນອກນັ້ນມັນມີ 2 ສ່ວນຄື
ຈິດສໍານຶກ ແລະ ຈິດໃຕ້ສໍານຶກ,





ເຈົ້າເຫັນຫຍັງໃນພາບນີ້ ?
ພູເຂົານໍ້າແຂງທີ່ພົ້ນອອກຈາກໜ້ານໍ້າທະເລ, ສ່ວນທີ່ພົ້ນເທິງຜິວທະເລມີແຕ່ 10% ຂອງນໍ້າແຂງທັງໝົດເທົ່ານັ້ນ
ຖ້າເຈົ້າໄປຢືນຢູ່ແຄມຝັ່ງເບິ່ງເຈົ້າຈະບໍ່ຮູ້ເລີຍວ່ານໍ້າແຂງກ້ອນນີ້ຍັງມີ 90% ຈົມຢູ່ໃນທ້ອງທະເລຢູ່
ຖ້າທຽບພູເຂົານໍ້າແຂງນີ້ໃສ່ຈິດສໍາພັດຂອງຄົນເຮົາ

10% ທີ່ພົ້ນໜ້ານໍ້າທະເລນັ້ນຄື ຈິດສໍານຶກ ແລະ 90% ທີ່ຈົມລົງໄປນັ້ນຄື ຈິດໃຕ້ສໍານຶກ
ຈິດໃຕ້ສໍານຶກຄືຈິດສ່ວນເລິກທີ່ສະສົມຄວາມຮູ້,ປະສົບການ, ຄວາມເຊື່ອ, ແລະ ອາລົມຄວາມຮູ້ສຶກຕ່າງໆໄວ້
ແລະ ເຈົ້າບໍ່ສາມາດດຶງມັນມາໃຊ້ໄດ້ຢ່າງງ່າຍໆຖ້າຂາດສິ່ງກະຕຸ້ນຈາກພາຍນອກ,
 ຕອນໃດທີ່ເຈົ້າຈະໄດ້ຮັບສິ່ງກະຕຸ້ນທີ່ດີທີ່ສຸດ ? ກໍຄືຕອນເຈົ້າລົງມືປະຕິບັດຕົວຈິງນັ້ນເອງ...

ນີ້້ຄືທີ່ມາຂອງຄໍາວ່າ
ເຈົ້າຍັງບໍລົງມືປະບັດຢ່າຟ້າວໄປເວົ້າວ່າເຈົ້າເຮັດບໍໄດ້
ສະນັ້ນ, ຈົ່ງຮູ້ໄວ້ວ່າ ເຈົ້າເກັ່ງກວ່າທີ່ເຈົ້າຄິດ...ເຈົ້າເຮັດໄດ້ຫລາຍຢ່າງກວ່າທີ່ເຈົ້າຮູ້
ເຈົ້າຈະເສຍເວລາໄປຄິດແຕ່ຈຸດອ່ອນຂອງຕົວເອງເຮັດຫຍັງ,

ຢຸດຄິດຫລາຍ, ຢຸດທ່ຽວເຟສບຸກ…ລົງມືເຮັດຕັ້ງແຕ່ດຽວນີ້ເລີຍ















Monday, November 12, 2018

ຊີວິດນີ້ໜ້າເບື່ອຫລາຍແມ່ນບໍ ?

ຊີວິດນີ້ໜ້າເບື່ອຫລາຍແມ່ນບໍ ?
ຕອນຍັງເປັນເດັກເລີ່ມເຂົ້າອະນຸບານຕ້ອງໄດ້ຕື່ນແຕ່ເຊົ້າໄປໂຮງຮຽນທຸກມື້
ຮຽນຈົບມະຫາໄລ, ເຂົ້າເຮັດວຽກປະຈໍາຍັງ
ຕ້ອງໄດ້ຕື່ນແຕ່ເຊົ້າຂຶ້ນຟຸດບາດຜ່າລົດຕິດໄປເຮັດວຽກເພື່ອຫາລ້ຽງຊີວິດ ແລະ ຄອບຄົວ
ຕ້ອງໄປເຮັດວຽກທີ່ໜ້າເບື່ອ,ວຽກທີ່ຕົນບໍຖະໜັດ
ຕ້ອງເຈີ້ຫົວໜ້າ ແລະ ເພື່ອນຮ່ວມງານທີ່ອາລົມເສຍໆ, ເຮັດວຽກບໍມີຄວາມສຸກ
ເລິກການກັບບ້ານເສັ້ນທາງເກົ່າ, ເວລາເກົ່າ…ລົດໂຄດຕິດ
ເສົາທິດຄິດວ່າຊິໄດ້ຜັກຜ່ອນ…ກໍ່ບໍວິດ, ວຽກເຮືອນການຊານ, ໝູ່ເພື່ອນພີ່ນ້ອງກໍຍິ່ງຕ້ອງໄປ
ຮັບເງິນເດືອນເທົ່າເດີມທຸກເດືອນ, ລາຍຈ່າຍເທົ່າເດີມ….ຄ່ານໍ້າ, ຄ່າໄຟ, ນໍ້າມັນລົດ, ອິນເຕີເນັດ, ຄ່າເທີມລູກ
ໝູນວຽນທຸກເດືອນ, ຄິດຢາກຈະເກັບເງິນທ້ອນໃຫ້ໄດ້ຈັກກ້ອນກໍ່ບໍ່ເຄີຍເຮັດໄດ້
ຊີວິດໝູນວຽນແບບນີ້ໄປວັນໆບໍ່ເຄີຍພົ້ນ
ບາງຄົນຈົນຊິເລີ່ມອ່ອນແຮງອາຍຸຍ່າງເຂົ້າຫລັກ 5 ໃກ້ ຫລັກ 6 ກໍ່ຍັງຕ້ອງຕື່ນແຕ່ເຊົ້າໄປການບໍ່ໄດ້ຢຸດ
ຖ້າຊີວິດຂອງເຈົ້າເປັນແບບນີ້,
ໂອເຄ…ມັນບໍ່ແມ່ນເຈົ້າຜູ້ດຽວທີ່ເປັນແບບນີ້.
ຖາມວ່າ ເປັນຫຍັງຄົນສ່ວນຫລາຍຈິ່ງຍອມໃຊ້ຊີວິດຢູ່ໃນວົງຈອນທີ່ບໍ່ມີຄວາມສຸກແບບນີ້ ແລະ ບາງຄົນກໍ່ຈະໃຊ້ຊີວິດແບບນີ້ໄປຈົນໝົດອະນາຄົດຂອງເຂົາ ?
ເພາະມັນເປັນສິ່ງທີ່ເຂົາລຶ້ງເຄີຍ, ເປັນສິ່ງທີ່ເຂົາຮູ້ຈັກ, ເປັນສິ່ງທີ່ເຂົາຮູ້ສຶກສະດວກສະບາຍຕໍ່ການກະທໍານັ້ນໆ
ເຖິງວ່າສິ່ງທີ່ເຂົາເຮັດນັ້ນບໍ່ໄດ້ເຮັດໃຫ້ຊີວິດເຂົາດີຂຶ້ນ, ເຂົາເຮັດແລ້ວບໍ່ມີຄວາມສຸກ, ກໍ່ຍັງທົນເຮັດຕໍ່ໄປ ເພາະນັ້ນຄື comfort zone ຂອງເຂົາ, ເຂົາບໍ່ກ້າຄິດໃໝ່,ບໍ່ກ້າເຮັດການປ່ຽນແປງ, ບໍ່ກ້າເຮັດສິ່ງໃໝ່…ເຂົາທົນຢູ່ກັບສິ່ງທີ່ເຂົາເຂົ້າໃຈ,ເຄີຍເຮັດ, ແລະ ມີປະສົບການແລ້ວເທົ່ານັ້ນ.
ສະນັ້ນ, ຖ້າເຈົ້າເປັນຜູ້ໜຶ່ງທີ່ຮູ້ສຶດເບື່ຶອໜ່າຍກັບການໃຊ້ຊີວິດແບບເກົ່າໆເດີມໆ ເຈົ້າຢາກມີຊີວິດທີ່ແປກໃໝ່
ເຈົ້າຢາກພົ້ນຈາກວົງຈອນຊີວິດແບບນີ້….
ຂ້ອຍແນະນໍາໃຫ້ເຈົ້າລອງເຮັດສິ່ງໃໝ່ ?
ຊີວິດມີແຕ່ຄັ້ງດຽວ..ແຕ່ຢ່າເຮັດສິ່ງດຽວໄປຕະຫລອດຊີວິດ
ຈົ່ງເຊື່ອໝັ້ນຕົວເອງ, ຄິດໃຫຍ່,ເຮັດໃຫຍ່…ລົ້ມແລ້ວລຸກ
ລົມຫາຍໃຈຍັງມີ..ຊີວິດຍັງຕ້ອງໄປຕໍ່ອີກໄກ.



#1000ລ້ານເຈົ້າເຮັດໄດ້ 

Sunday, November 11, 2018


ເປັນຫຍັງເຮົາຈິ່ງຈົນ ແລະ ຄົນອື່ນຈິ່ງລວຍ ?
ເປັນຫຍັງຄົນອື່ນຈິ່ງຫາເງິນໄດ້ຫລາຍກວ່າເຮົາ ?
ເປັນຫຍັງເຮົາເຮັດວຽກໜັກ, ສູ້ຊີວິດມາຫລາຍປີແຕ່ຍັງບໍ່ມີເງິນເກັບໄວ້ໄດ້ຊື່ນຊົມເລີຍ ?
ເປັນຫຍັງໝູ່ເຮັດວຽກໄດ້ເງິນເດືອນໜ້ອຍກວ່າເຮົາແຕ່ເຫັນໝູ່ມີເງິນຫລາຍກວ່າເຮົາ ?
ເປັນຫຍັງຄົນລຸ້ນນ້ອງຮຽນຈົບນໍາຫລັງ, ເຮັດວຽກນໍາຫລັງເຮົາຫລາຍປີ ເຂົາຈິ່ງມີເງິນໄດ້ໄວກວ່າເຮົາ, ເຂົາມີດິນ, ມີເຮືອນ, ມີລົດຂີ່... ແຕ່ເຮົາຍັງບໍ່ມີຫຍັງເລີຍ ?



ປື້ມ “ຫາເງິນໄດ້ໃຊ້ເງິນເປັນ..1000 ລ້ານເຈົ້າເຮັດໄດ້” ຜູ້ແຕ່ງໄດ້ລວບລວມ Money Tips ຕ່າງໆໄວ້ໃນປື້ມຫົວນີ້ນັບຕັ້ງແຕ່ຂັ້ນຕອນການປ່ຽນວິທີຄິດ, ການສ້າງຄວາມເຊື່ອໝັ້ນໃຫ້ຕົວເອງ, ການສ້າງລາຍຮັບໄປຈົນຮອດວິທີການບໍລິຫານເງິນສ່ວນຕົວຂອງຕົນເອງເຊັ່ນ: ການຄວບຄຸມລາຍຮັບລາຍຈ່າຍ,ການທ້ອນເງິນ, ການຕັ້ງເປົ້າໝາຍການທ້ອນ ແລະ ອື່ນໆ ເມື່ອທ່ານໄດ້ອ່ານແລ້ວ, ທ່ານຈະໄດ້ຂໍ້ຄິດ ແລະ ໄອເດຍຫລາຍໆໄປບໍລິຫານເງິນຂອງທ່ານໃຫ້ມີປະສິດຕິພາບຍິ່ງຂຶ້ນ




















ເຈົ້າເກັ່ງກວ່າທີ່ເຈົ້າຄິດ

ເປັນຫຍັງຄົນຫລາຍໆຄົນຈິ່ງບໍ່ສາມາດພັດທະນາຕົນເອງໃຫ້ກ້າວໄປຂ້າງໜ້າໄດ້ ? ຍ້ອນພວກເຂົາໃຊ້ເວລາສ່ວນໃຫຍ່ໄປກັບການບອກຜູ້ອື່ນໃນຂໍ້ບົກຜ່ອງຂອງເຂົາ   ແລະ ...